ຣີວິວ Disneyland Paris ດິນແດນແຫ່ງຄວາມສຸກ
ຖ້າໄດ້ເດີນທາງມາຮອດປາຣີທັງທີ ຕ້ອງໄດ້ມາຢ້ຽມຊົມດິສນີແລນ ປາຣີ (Disneyland Paris) ເຊິ່ງເປັນດິສນີແລນແຫ່ງດຽວໃນເອີຣົບ ນອກຈາກນີ້ຍັງເປັນດິສນີແລນທີ່ມີສວນສະໜຸກໃຫ້ເຂົ້າຮ່ວມສະໜຸກເຖິງສອງແຫ່ງ ແລະ ດິສນີແລນແຫ່ງນີ້ຍັງມີເອກະລັກທີ່ບໍ່ຄືດິສນີແລນແຫ່ງອື່ນອີກດ້ວຍ


